Vietnam e-Visa ແມ່ນຫຍັງ?

Vietnam eVisa ແມ່ນໃບອະນຸຍາດທ່ອງທ່ຽວທາງອີເລັກໂຕຣນິກທີ່ອອກໃຫ້ໂດຍລັດຖະບານຫວຽດນາມ ພາຍໃນ 5 ວັນເຮັດວຽກ ຫຼັງຈາກຍື່ນໃບສະໝັກທາງອິນເຕີເນັດ.

ລະບົບວີຊ່າອີເລັກໂຕຣນິກໄດ້ນຳມາໃຊ້ຢູ່ຫວຽດນາມ ໃນປີ 2017 ເພື່ອດຶງດູດນັກທ່ອງທ່ຽວເຂົ້າມາປະເທດໃຫ້ຫຼາຍຂຶ້ນ, ພັດທະນາອຸດສາຫະກຳການທ່ອງທ່ຽວໂດຍລວມ, ຊ່ວຍເຫຼືອກ່ອນການກວດການັກທ່ອງທ່ຽວທີ່ເຂົ້າມາ.

Vietnam eVisa ມີຜົນບັງຄັບໃຊ້ເປັນເວລາ 30 ມື້ ແລະ ອະນຸຍາດໃຫ້ພັກເຊົາໄດ້ເຖິງໜຶ່ງເດືອນຢູ່ໃນຫວຽດນາມ ສໍາລັບເຫດຜົນເພື່ອການພັກຜ່ອນ, ເພື່ອທຸລະກິດ, ຫຼື ເພື່ອການຂົນສ່ົງໃດໆກໍຕາມ.

ວີຊ່າອີເລັກໂຕຣນິກສຳລັບຫວຽດນາມແມ່ນມີໃຫ້ສະໝັກຂໍທາງອອນໄລ ໂດຍປະຕິບັດຕາມຂັ້ນຕອນການສະໝັກງ່າຍໆ ຊຶ່ງຈຳເປັນຕ້ອງມີການເຊື່ອມຕໍ່ອິນເຕີເນັດທີ່ສະຖຽນ.

ໃຜຕ້ອງການ e-Visa ສຳລັບຫວຽດນາມ

ພົນລະເມືອງຂອງປະເທດທີ່ມີລາຍຊື່ຂ້າງລຸ່ມນີ້ ຕ້ອງຍື່ນຂໍ e-Visa ກ່ອນທີ່ຈະໄປຢ້ຽມຢາມຫວຽດນາມ:

  • ອັງໂດລາ
  • ອາກຊັງຕິນ
  • ອາກເມນີ
  • ອົດສະຕຣາລີ
  • ໂອຕຣິດ
  • ອາແຊກໄບຊານ
  • ເບລາຮຸດຊີ
  • ແບນຊິກ
  • ບົດສະນີ ແລະ ແຮກເຊໂກວິນາ
  • ບຣາຊິນ
  • ບຣູໄນ
  • ບຸນກາລີ
  • ການາດາ
  • ຊິເລ
  • ຈີນ*
  • ໂກໂລມບີ
  • ກຣົວຊີ
  • ກູບາ
  • ໄຊປຣັດ
  • ເຊັກ
  • ດານມາກ
  • ຕີມໍຕາເວັນອອກ
  • ແອັດສະໂຕນີ
  • ຟີຈິ
  • ແຟງລັງ
  • ຝຣັ່ງ
  • ຊອກຊີ
  • ເຢຍລະມັນ
  • ເກຣັກ
  • ຮົງກົງ (SAR)
  • ຮົງກາລີ
  • ອຽກລັງ
  • ອິນເດຍ
  • ອິດສະລັງ
  • ອີຕາລີ
  • ຍີ່ປຸ່ນ
  • ກາຊັກສະຖານ
  • ເກົາຫຼີໃຕ້
  • ລັດເວຍ
  • ເລັກເຕນສະເຕນ
  • ລິດຕັວນີ
  • ລຸກຊຳບວກ
  • ມາເກົາ (SAR)
  • ມາເຊໂດນີ (ເໜືອ)
  • ມານຕາ
  • ມາດໂຊນ ອິດສະແລນ
  • ເມັກຊິກ
  • ໄມໂຄຣເນເຊຍ
  • ມົງກາລີ
  • ມົງເຕເນໂກຣ
  • ມຽນມາ (ພຸກາມ)
  • ນາອູຣູ
  • ໂຮນລັງ
  • ນູແວນເຊລັງ
  • ນອກແວ
  • ປາລາອູ
  • ຟີລິບປິນ
  • ໂປໂລຍ
  • ປອກຕຸຍການ
  • ກາຕາ
  • ຣູນານີ
  • ສະຫະພັນຣັດເຊຍ
  • ຣູວັນດາ
  • ຊາມົວ
  • ຊັງມາລີໂນ
  • ຊາວເຕໂມ ແລະ ແຟຣງຊິບ
  • ແຊັກບີ
  • ສະໂລວາກີ
  • ສະໂລເວນີ
  • ແອັດສະປາຍ
  • ຊູແອດ
  • ສະວິດ
  • ສະຫະນະຄອນ ເອເມຣັດ ອາຣັບ
  • ສະຫະລາຊະອານາຈັກອັງກິດ ແລະ ອຽກລັງເໜືອ
  • ສະຫະລັດ ອາເມລິກາ
  • ອູຣູກວາຍ
  • ວານູອາຕູ
  • ເວເນຊູເອລາ

ປະເພດ Vietnam e-Visa

ກົມກວດຄົນເຂົ້າເມືອງຫວຽດນາມ ພ້ອມກັບລັດຖະບານຂອງປະເທດ ສະເໜີໃຫ້ມີວີຊ່າອີເລັກໂຕຣນິກປະເພດດຽວ ແລະນັ້ນແມ່ນການອະນຸຍາດໃຫ້ເດີນທາງເຂົ້າ-ອອກປະເທດໄດ້ຄັ້ງດຽວ ໂດຍອະນຸຍາດໃຫ້ພັກເຊົາຢູ່ໃນຫວຽດນາມໄດ້ 30 ວັນ.

ຜູ້ເດີນທາງທີ່ມີສິດ ຄວນຍື່ນຄໍາຮ້ອງຂໍ eVisa ຂອງຕົນເອງ ບໍ່ເກີນ 5 ວັນເຮັດວຽກຂອງເວລາອອກເດີນທາງຕາມກໍາໜົດ ໄປຍັງປະເທດຫວຽດນາມ.

ຂໍ້ກຳໜົດຂອງ Vietnam e-Visa

ເນື່ອງ​ຈາກ​ຂະ​ບວນ​ການ​ສະໝັກຂໍ eVisa ຫວຽດ​ນາມ ບໍ່​ຈຳເປັນຕ້ອງໄປ​ຢ້ຽມ​ຢາມ​ສະ​ຖານ​ທູດ​ຫວຽດ​ນາມ, ຂໍ້ກຳໜົດຈຶ່ງມີໜ້ອຍ ​ແລະ ປະ​ກອບມີ:

  • ໜັງສືຜ່ານແດນທີ່ຖືກຕ້ອງ ທີ່ຍັງບໍ່ໝົດອາຍຸ ຢ່າງໜ້ອຍຫົກເດືອນ ນັບຈາກມື້ທີ່ວາງແຜນເຂົ້າຫວຽດນາມ
  • ຮູບໃບໜ້າຂອງຜູ້ສະໝັກ ທີ່ສາມາດຖ່າຍໄດ້ງ່າຍດ້ວຍກ້ອງ ໂທລະສັບ ຫຼື ກ້ອງ PC
  • ທີ່ຢູ່ອີເມວທີ່ມີການເຄື່ອນໄຫວ ເພື່ອຮັບ eVisa ທີ່ໄດ້ຮັບການອະນຸມັດແລ້ວ
  • ການເຊື່ອມຕໍ່ອິນເຕີເນັດທີ່ສະຖຽນ ເພື່ອໃຫ້ຂັ້ນຕອນການສະໝັກສຳເລັດເສັດສິ້ນ
  • ເຂົ້າເຖິງວິທີການຊໍາລະເງິນອອນໄລທີ່ເລືອກໄດ້

ການສາມາດນຳໃຊ້ໄດ້ຂອງ e-Visa ຫວຽດນາມ

Vietnam eVisa ມີອາຍຸເວລາ 30 ມື້ ນັບແຕ່ມື້ກ່ອນມື້ກຳໜົດການເຂົ້າປະເທດຫວຽດນາມ.

ຈຳເປັນຕ້ອງລະບຸວັນທີ່ເຂົ້າປະເທດຫວຽດນາມ ໃນເວລາຕື່ມແບບຟອມສະໝັກຢ່າງຖືກຕ້ອງ ເພື່ອໃຫ້ແນ່ໃຈວ່າ eVisa ຂອງທ່ານຈະສາມາດນຳໃຊ້ໄດ້ດົນເທົ່າທີ່ທ່ານຕ້ອງການ.

ວິທີການຍື່ນຂໍ eVisa ຫວຽດນາມ

  1. ຕື່ມແບບຟອມສະໝັກອອນໄລ

    ຕື່ມແບບຟອມສະໝັກດ້ວຍຂໍ້ມູນທີ່ຈຳເປັນ, ຊຶ່ງອາດປະກອບມີຂໍ້ມູນສ່ວນຕົວຂອງທ່ານ, ລາຍລະອຽດໜັງສືຜ່ານແດນ, ຂໍ້ມູນການຕິດຕໍ່, ລາຍລະອຽດພື້ນຖານຂອງການພັກເຊົາໃນປະເທດຫວຽດນາມ.

  2. ມີຄ່າທໍານຽມການອອກ eVisa ຫວຽດນາມ

    ນຳໃຊ້ວິທີການຊໍາລະເງິນອອນໄລຕາມທີ່ຕ້ອງການ, ຈ່າຍຄ່າທໍານຽມການອອກ eVisa ຫວຽດນາມ.

  3. ລໍຖ້າການປະມວນຜົນໃບສະໝັກ

    ຂະບວນການທັງໝົດອາດຈະໃຊ້ເວລາເຖິງ 5 ມື້ເຮັດວຽກ. ຄໍາຕອບທີ່ໄດ້ຮັບອະນຸມັດຈະສົ່ງໄປຫາອີເມວຂອງທ່ານ.

ສິ່ງ​ທີ່​ຕ້ອງ​ກຽມ​ເພື່ອ​ເຂົ້າ​ປະເທດ​ຫວຽດ​ນາມ

ເມື່ອທ່ານໄດ້ຮັບ Vietnam eVisa ທີ່ໄດ້ຮັບການອະນຸມັດແລ້ວ, ທ່ານສາມາດເລີ່ມກຽມຕົວສໍາລັບການເດີນທາງຂອງທ່ານໄດ້. ເບິ່ງໃຫ້ແນ່ໃຈວ່າທ່ານມີເອກະສານຕໍ່ໄປນີ້ ກຽມພ້ອມໃນເວລາຂ້າມເຂດແດນ ເພື່ອໃຫ້ຂັ້ນຕອນການເຂົ້າປະເທດຮາບລື່ນ:

  • ພິມສຳເນົາ Vietnam eVisa ທີ່ມີອາຍຸສາມາດນຳໃຊ້ໄດ້
  • ໜັງສືຜ່ານແດນທີ່ມີໄລຍະເວລານຳໃຊ້ໄດ້ ເກີນ 6 ເດືອນ ນັບແຕ່ມື້ເຂົ້າຫວຽດນາມ

ເຈົ້າໜ້າທີ່ພາສີຈະກວດກາເບິ່ງວ່າຜູ້ເດີນທາງເຂົ້າມາຫວຽດນາມແຕ່ລະຄົນມີເອກະສານທີ່ລະບຸໄວ້ຂ້າງເທິງນີ້ ຫຼືບໍ.

ວິທີການນໍາໃຊ້ e-Visa ຂອງທ່ານຢູ່ໃນຫວຽດນາມ

Vietnam eVisa ຊ່ວຍໃຫ້ຜູ້ຖືວີຊ່າສາມາດເດີນທາງເຂົ້ສປະເທດຫວຽດນາມ ເພື່ອການພັກຜ່ອນ, ເພື່ອທຸລະກິດ, ແລະ ເຫດຜົນທີ່ກ່ຽວຂ້ອງກັບການຂົນສົ່ງໄດ້, ສາມາດພັກອາໄສຢູ່ໃນປະເທດໄດ້ເຖິງ 30 ມື້.

ໂປດຊາບ​ວ່າ Vietnam eVisa ​ທີ່​ອະ​ນຸ​ມັດແມ່ນເປັນການ​ອະ​ນຸ​ຍາດ​ໃຫ້​ເດີນ​ທາງ​ເຂົ້າປະເທດໄດ້ຄັ້ງດຽວ​; ສະ​ນັ້ນ, ​ຊຶ່ງ​ອະນຸຍາດ​ໃຫ້​​ຢ້ຽມຢາມ​ຫວຽດນາມໄດ້ 1 ຄັ້ງ ​ພາຍ​ໃນ​ເວລາ 30 ວັນ.

  • ເພີດເພີນກັບການພັກຜ່ອນໃນວັນພັກ 30 ມື້
  • ສຳຫຼວດສະຖານທີ່ທ່ອງທ່ຽວຂອງປະເທດ
  • ພັກຜ່ອນເພື່ອຜ່ອນຄາຍ
  • ເດີນທາງເພື່ອທຸລະກິດ
  • ເຂົ້າຮ່ວມກອງປະຊຸມທຸລະກິດ, ກອງປະຊຸມ, ງານສະແດງສິນຄ້າ, ແລະ ກິດຈະກໍາຕ່າງໆ
  • ຢຸດແວ່ຜ່ານຫວຽດນາມ ໃນຂະນະທີ່ເດີນທາງໄປບ່ອນອື່ນ